ສາໜາມທາ ຫຸນ

ທ່ານມັກຫຍັງກ່ຽວກັບວຽກຂອງທ່ານ?
ຂ້ອຍມີຄວາມສຸກກັບການຊ່ວຍເຫຼືອຄົນອື່ນ, ວຽກນີ້ຊ່ວຍຂ້ອຍໃຫ້ເຮັດສິ່ງດັ່ງກ່າວໄດ້ທຸກມື້. ຂ້ອຍມັກທີມງານທີ່ຂ້ອຍເຮັດວຽກນຳ ແລະ ມັກໃນສິ່ງທີ່ເຂົາເຈົ້າສອນຂ້ອຍທຸກໆມື້.

ທ່ານເຮັດວຽກກັບ ສັງວາສາກົນ ໄດ້ດົນປານໃດ?
ຂ້ອຍເລີ່ມເຮັດວຽກກັບ ສັງວາສາກົນ ເລີ່ມຕົ້ນແຕ່ປີ 2021 ເປັນຕົ້ນມາ.

ທ່ານເວົ້າພາສາຫຍັງແດ່?
ພາສາອັງກິດ, ພາສາຫວຽດນາມ.

ມີກຸ່ມຊຸມຊົນພິເສດໃດທີ່ທ່ານເຮັດວຽກກັບ ຫຼື ໃຫ້ການສະໜັບສະໜູນ?
ຂ້ອຍສະໜັບສະໜູນຊຸມຊົນພຸດທະສາສະໜາ ແລະ ຂ້ອຍເຂົ້າວັດທຸກຄັ້ງທີ່ຂ້ອຍມີເວລາ. ຂ້ອຍຍັງສະໜັບສະໜູນຊຸມຊົນ LGBTQ ໂດຍການເຂົ້າຮ່ວມໃນບາງເທດສະການ ແລະ ຮັບປະກັນວ່າຂ້ອຍບໍ່ໄດ້ລະບຸເຈາະຈົງສະເພາະກຸ່ມຄົນທີ່ເຂົ້າມາຫາ ສັງວາສາກົນ.

ທ່ານມີຄວາມສຸກຫຍັງໃນເວລາຫວ່າງຂອງທ່ານ?
ຂ້ອຍມັກກິດຈະກຳກາງແຈ້ງ ແລະ ຕັ້ງແຄ້ມ. ສິ່ງໜຶ່ງທີ່ຂ້ອຍມັກແມ່ນການເດີນທາງໄປຫາສະຖານທີ່່ໃຫມ່ ແລະ ການສຳຫຼວດໂລກທີ່ຢູ່ອ້ອມຮອບຕົນເອງ. ຂ້ອຍມັກການທົດລອງຊີມລົດຊາດອາຫານ ແລະ ອາຫານທີ່ແປກໃໝ່. ສິ່ງໜຶ່ງທີ່ສຳຄັນສໍາລັບຂ້ອຍທີ່ຈະເຮັດໃນເວລາຫວ່າງນັ້ນກໍ່ຄືການແຕ່ງໜ້າ, ແປງລົດຂອງຂ້ອຍເອງ.