ຈັດພິທີງານຊາປະນະກິດສົບ

ພວກຂ້າພະເຈົ້າເປັນ ຜູ້ຈັດພິທີຊາປະນະກິດສົບທີ່ມີຄວາມເມດຕາສົງສານ, ສາມາດຊ່ວຍທ່ານຈັດງານຊາປະນະກິດສົບທີ່ໜ້າຈົດຈໍາ ແລະ ເປັນການຈັດງານໃຫ້ກຽດກັບຄົນທີ່ທ່ານຮັກແພງ. ພວກຂ້າພະເຈົ້າຈະເຮັດວຽກຢ່າງໃກ້ຊິດກັບທ່ານໃນລະຫວ່າງມື້ທີ່ເຂົາເຈົ້າໄດ້ລ່ວງລັບໄປ, ໃຫ້ຄໍາແນະນໍາທີ່ອ່ອນໂຍນໃນເວລາທີ່ທ່ານຕ້ອງການ. ພວກຂ້າພະເຈົ້າມີປະສົບການຫຼາຍ ໃນການຊ່ວຍເຫຼືອຄອບຄົວຈາກພື້ນຖານວັດທະນະທໍາ ແລະ ສາສະໜາຂອງຊາວອາຊີ.

ພວກຂ້າພະເຈົ້າພ້ອມໃຫ້ບໍລິການ 24 ຊົ່ວໂມງ, 7 ວັນຕໍ່ອາທິດ. ດ້ວຍການເບິ່ງແຍງດູແລທີ່ເປັນມືອາຊີບຈາກພະນັກງານທີ່ໄດ້ຮັບການຝືກອົບຮົມຢ່າງຮອບດ້ານ ແລະ ເຂັ້ມງວດ, ພວກຂ້າພະເຈົ້າຈະໃຫ້ການເບິ່ງແຍງ ດັ່ງນີ້: 

  • ສົ່ງຄົນທີ່ທ່ານຮັກເຂົ້າມາໃນການເບິ່ງແຍງຂອງພວກຂ້າພະເຈົ້າ
  • ເອກະສານ ແລະ ໃບຢັ້ງຢືນ
  • ການຈັດການບໍລິການ
  • ການຈັດງານຝັງສົບ ຫຼື ເຜົາ

ເລືອກການບໍລິການຕໍ່ໄປນີ້:

ການຝັງສົບ

  1. ການບໍລິການໃນໂບດຂອງ ສັງວາສາກົນ ຫຼື ໂບດທີ່ຈັດໂດຍຄອບຄົວ, ຕາມດ້ວຍພິທິຝັ່ງສົບໃນສຸສານທີ່ທ່ານຕ້ອງການ
  2. ການບໍລິການໃນໂບດສຸສານທີ່ທ່ານຕ້ອງການ ໂດຍມີຄ່າທໍານຽມທີ່ຮຽກເກັບຈາກສຸສານດັ່ງກ່າວ ຕາມດ້ວຍພິທີຝັງສົບຕາມທີ່ທ່ານຕ້ອງການ.
  3. ບໍລິການຂຸມຝັງສົບ

ການເຜົາສົບ

  1. ໃຫ້ການບໍລິການຢູ່ໃນໂບດເຜົາສົບ, ຕາມດ້ວຍການເຜົາສົບ.
  2. ໃຫ້ການບໍລິການເຜົາສົບເທົ່ານັ້ນ, ບໍ່ມີການບໍລິການອື່ນ.

 

ຕິດຕໍ່ພວກຂ້າພະເຈົ້າດຽວນີ້